ການຝຶກອົບຮົມລະບົບສີດນໍ້າດັບເພີງ
ໃນວັນທີ 26-27/03/2026 ທີມງານຂອງພວກເຮົາ ໄດ້ບັນຍາຍການຝຶກອົບຮົມກ່ຽວກັບລະບົບດັບເພີງ Water Spray (Deluge System) ຕາມມາດຕະຖານສາກົນ NFPA 15 ເພື່ອຍົກລະດັບທັກສະ ແລະ ພັດທະນາມາດຕະຖານຄວາມປອດໄພໃນວຽກງານວິສະວະກຳ
ເນື້ອໃນການອົບຮົມ:
• ຫຼັກການເກີດໄຟ (Fire Triangle & Chain Reaction)
• ການອອກແບບ ແລະ ການເຮັດວຽກຂອງ Deluge Water Spray System
• ການນຳໃຊ້ອຸປະກອນສຳຄັນ: Fire Control Panel, Heat Detector, Alarm System ແລະ Valve Control
• ຂັ້ນຕອນການຄວບຄຸມໄຟໄໝ້ ແລະ ການໃຊ້ງານໃນສະຖານະການຈິງ
ຈຸດປະສົງ:
ເພື່ອໃຫ້ລະບົບສາມາດຕອບສະໜອງໄດ້ຢ່າງທັນເວລາ ຄວບຄຸມໄຟໄໝ້ໄດ້ຢ່າງມີປະສິດທິພາບ ແລະ ປົກປ້ອງຊີວິດ ແລະ ຊັບສິນຢ່າງສູງສຸດ
ພວກເຮົາຂໍຊື່ນຊົມທີມງານທຸກຄົນ ທີ່ມີຄວາມມຸ່ງໝັ້ນ ພັດທະນາຕົນເອງຢ່າງຕໍ່ເນື່ອງ ພ້ອມຮຽນຮູ້ເທັກໂນໂລຊີໃໝ່ໆ ເພື່ອນຳໄປປະຍຸກໃຊ້ໃນວຽກງານຈິງ ສະທ້ອນໃຫ້ເຫັນຖຶງມາດຕະຖານການເຮັດວຽກຢ່າງມືອາຊີບ ແລະ ຄວາມເປັນທີມທີ່ແຂງແຮງ
ການອົບຮົມໃນຄັ້ງນີ້ ເປັນອີກກ້າວສຳຄັນ ທີ່ສະທ້ອນເຖິງການເຕີບໂຕ ແລະ ຄວາມກ້າວໜ້າຂອງບໍລິສັດ Best Engineering Service Team ໃນການພັດທະນາບຸກຄະລາກອນ ແລະ ຍົກລະດັບງານບໍລິການໃຫ້ໄດ້ມາດຕະຖານສາກົນ
ພວກເຮົາພ້ອມກ້າວໄປຂ້າງໜ້າ ດ້ວຍຄວາມຮູ້ ປະສົບການ ແລະ ຄຸນນະພາບງານທີ່ດີທີ່ສຸດ

