Student Training Program

ສຳເລັດລົງໄປແລ້ວສຳລັບໂຄງການລົງຝຶກງານ

ສຳເລັດລົງໄປແລ້ວສຳລັບໂຄງການລົງຝຶກງານ ຂອງນ້ອງໆນັກສຶກສາ ຂອງພາກວິຊາ ວິສະວະວະກຳໄຟຟ້າ ທີ່ລົງຝຶກງານ ນຳບໍລິສັດ ເບສເອັນຈິເນຍລິ້ງ ເຊີວິດທີມ ຕັ້ງແຕ່ວັນທີ່ 1/7/2025-30/9/2025 ໂດຍທີ່ລົງປະຈຳພາກສະຫນາມ ໃນໂຄງການ ຕິດຕັ້ງລະບົບດັບເພິງຂອງໂຮງງານ KCL Khammouan Cement ເມືອງມະຫາໄຊ ແຂວງຄຳມ່ວນ.
ຂໍຂອບໃຈມາຍັງຄະນະຜູ້ບໍລິຫານ ແລະ ບັນດາຄູອາຈານ ຈາກມະຫາວິທະຍາໄລແຫ່ງຊາດ ຄະນະວິສະວະກຳສາດ ທີ່ສົ່ງນ້ອງໆນັກສຶກສາມາຝຶກງານກັບພວກເຮົາເພື່ອຖອດຖອນບົດຮຽນ ແລະ ລົງປະຕິບັດງານຕົວຈິງ ຫວັງເປັນຢ່າງຍິ່ງວ່ານ້ອງໆຈະນຳເອົາຄວາມຮູ້ ແລະປະສົບການທີ່ໄດ້ຈາກບ່ອນນີ້ ໄປນຳໃຊ້ໃນວຽກງານຕົວຈິງ.
ສຸດທ້າຍນີ້ ຖ້າວ່າມີນ້ອງໆຄົນໃດ ສົນໃຈທີ່ຈະມາຮ່ວມງານ ແລະ ຢາກໄດ້ປະສົບການການເຮັດວຽກຕົວຈິງ ທາງບໍລິສັດພວກເຮົາຍິນດີຕ້ອນຮັບທຸກໆທ່ານ ຂໍຂອບໃຈ

Get in touch

M +85620 9982 8181
Email : info@bestengser.com

Xiengda Village, Saysettha District, Vientiane Capital, Laos

© Copyright Best Engineering Service Team Sole Co.,Ltd 2026. All Rights Reserved.